ບໍລິສັດ ຊີແມນທິກຊັນ ຈຳກັດ ຜູ້ໃຫ້ບໍລິການກະບົບ E-commerce Web Application ທີ່ມີຊື່ວ່າ BentoWeb ລະບົບເຊິ່ງຈະຊ່ວຍຜູ້ປະກອບການ ໃນການເປີດຮ້ານເພື່ອຂາຍສິນຄ້າຫຼືບໍລິການເທິງ ອິດເຕີເນັດຜ່ານຊ່ອງທາງ Electronics ຕ່າງໆ ແລະ ຍັງໃຫ້ບໍລິການເຊົ່າພື້ນທີ່ຝາກຮ້ານຄ້າ, ບໍລິການຕົກແຕ່ງອອກແບບເວັບໄຊໜ້າຮ້ານ, ບໍລິການຂໍ້ມູນ ແລະ ເຄື່ອງມືໃນການເຮັດການຕະຫຼາດ, ແລະ ບໍລິການອື່ນໆທີ່ກ່ຽວຂ້ອງໃນການຂາຍສິນຄ້າ ຂໍແຈ້ງລາຍລະອຽດໃນການຮັບບໍໍລິການຖ່າຍຮູບສິນຄ້າຈາກ BentoWeb www.bentoweb.com ຕາມຂໍ້ມູນດ້ານລຸ່ມດັ່ງນີ້
ການໃຊ້ບໍລິການ BentoWeb ທ່ານໃນຖານະຜູ້ສະໝັກໃຊ້ບໍລິການຈຳເປັນທີ່ຈະຕ້ອງຍອມຮັບເງື່ອນໄຂດັ່ງຕໍ່ໄປນີ້:
ການເປີດຮ້ານຄ້າ
ນະໂຍບາຍຄວາມເປັນສ່ວນຕົວ
ນະໂຍບາຍການຊໍາລະເງິນ /
ນະໂຍບາຍການເປີດແພັກເກດ
ນະໂຍບາຍການຄືນເງິນ/ການຄືນສິນຄ້າ/ການປ່ຽນແປງ ແລະ ການຍົກເລີກບໍລິການ
ນະໂບາຍການແກ້ໄຂບັນຫາຂໍ້ຮຽກຮ້ອງ
ການເປີດຮ້ານຄ້າ
ເມື່ອຜູ້ປະກອບການລົງປະກາດຂາຍສິນຄ້າຫຼືບໍລິການຂອງຕົນຜ່ານຮ້ານຄ້າທີ່ BentoWeb ໃຫ້ບລິການ ແລະ ມີຜຸ້ຊື້ຕົກລົງທີ່ຂະຊື້ສິນຄ້າຫຼືບໍລິການນັ້ນ ທັງຜູ້ຊື້ແລະຜູ້ຂາຍຕ່າງເຂົ້າຮ່ວມໃນຂໍ້ຕົກລົງທີ່ມີຜົນຜູກພັນເຊິ່ງກັນແລະກັນ ໂດຍຜູ້ປະກອບການຈະຕ້ອງຂາຍ ແລະ ຜູ້ຊື້ຈະຕ້ອງຊື້ສິນຄ້າຫຼືບໍລິການຕາມລາຄາທີ່ປະກາດໄວ້ໃນຮ້ານຄ້າ
ການຈັດສົ່ງ ແລະ ຂາຍສິນຄ້າຊອບແຕ່ພຽງຜູ້ດຽວ ການຈັດສົ່ງ ແລະ ຂາຍສິນຄ້າຜ່ານຮ້ານຄ້າທີ່ BentoWeb ໃຫ້ບໍລິການ ຈະຕ້ອງຖືກດຳເນີນການໂດຍຜູ້ປະກອບການດ້ວຍຄວາມວ່ອງໄວ ແລະ ຈະຕ້ອງດຳເນີນການຈັດສົ່ງພາຍໃນ 7ວັນຫຼັງຈາກທີ່ໄດ້ຮັບການຊໍາລະຄ່າສິນຄ້າຈາກຜູ້ຊື້ ຫຼື ພາຍໃນໄລຍະເວລາທີ່ຜູ້ປະກອບການກັບຜູ້ຊື້ໄດ້ມີການຕົກລົງໄວ້
ຜູ້ປະກອບການຈະຕ້ອງຮັບຜິດຊອບຕໍ່ຂໍ້ມູນໃດໆ ທີ່ປາກົດເທິງຮ້ານຄ້າແຕ່ພຽງຜູ້ດຽວ ບໍ່ວ່າຈະເປັນຂໍ້ມູນ, ຮູບພາບ, ກາສິນຄ້າ, ຮູບແຕ້ມ, ພາບຖ່າຍ, ຫຼືວິດີໂອ ຜູ້ປະກອບການຈະຕ້ອງໃຫ້ຂໍ້ມູນສິນຄ້າ ແລະ ບໍລິການທີ່ຖືກຕ້ອງໃນຮ້ານຄ້າທີ່ BentoWeb ບໍລິການໃຫ້
ຜູ້ປະກອບການບໍ່ສາມາດຈໍາໜ່າຍສິນຄ້າທີ່ຜິດກົດໝາຍ, ສິນຄ້າໝົດອາຍຸ, ສິນຄ້າທີ່ບໍ່ໄດ້ມາດຕະຖານ, ແລະ ຜິດສິນລະທຳ ຫາກມີການກວດສອບພົບມີບັນຫາໃດໆເກີດຂຶ້ນ ທາງບໍລິສັດມີສິດທີ່ຈະດຳເນີນການສັ່ງຍຸດຕິການຂາຍສິນຄ້າ ແລະ ຍົກເລີກການໃຫ້ບໍລິການທັນທີ ຫຼື ປະຕິບັດຕມຄຳຟ້ອງຮ້ອງຕາມກົດໝາຍ
BentoWeb ຈະໃຫ້ບໍລິການສະເພາະກັບຜູ້ປະກອບການທີ່ມີອາຍຸຕັ້ງແຕ່ 18ປີບໍລິບູນຂຶ້ນໄປທີ່ສາມາດເຮັດສັນຍາໄດ້ຖືກຕ້ອງຕາມກົດໝາຍ ຜູ້ທີ່ມີອາຍຸຕໍ່າກວ່າ 18ປີ ຈະຕ້ອງມີຜູ້ປົກຄອງໃຫ້ຄຳແນະນຳຢ່າງໃກ້ຊິດ ເຊິ່ງຜູ້ປົກຄອງເອງຈະຕ້ອງຮັບຜິດຊອບຕໍ່ຂໍ້ມູນຫຼືການກະທຳໃດໆທີ່ເກີດຂຶ້ນ
ບໍລິສັດ ຊີແມນທິກທັສຈຳກັດຈະບໍ່ຮັບຜິດຊອບ ຕໍ່ການສູນເສຍຫຼືຄວາມເສຍຫາຍອັນເນື່ອງມມາຈາກກຄວາມຜິດພາດໃນການປ້ອງກັນບັນຊີ BentoWeb ແລະລະຫັດຜ່ານຂອງທ່ານ
ໍລິສັດ ຊີແມນທິດທັສ ຈຳກັດ ຂໍສະຫງວນສິດໃນການລຶບເນື້ອຫາຫຼືປິດຮ່ານຄ້າທີ່:
ບໍ່ສາມາດເຮັດຕາມເງື່ອນໄຂທີ່ລະບຸໄວ້ດ້ານເທິງໂດຍບໍ່ຕ້ອງແຈ້ງໃຫ້ຮູລ່ວງໜ້າ<
li>
ຮ້ານຄາ້ທີ່ຂາຍສິນຄ້າທີ່ລະເມີດຕໍ່ຊັບສິນທາງປັນຍາ, ຂົ່ມຂູ່, ໝັິ່ນປະມາດ,ເຮັດໃຫ້ເສຍຊື່ສຽງ, ລາມົກອານາຈານ
ບໍລິສັດ ຊີແມກທິດ ທັສ ຈຳກັດບໍ່ໄດ້ຮັບປະກັນວ່າ BentoWeb ຈະບໍ່ຂາດຊ່ວງ, ປອດໄພ ຫຼື ປາສະຈາກການຂໍ້ຜິດພາດ
ນະໂຍບາຍຄວາມເປັນສ່ວນຕົວ
www.bentoweb.com ຂໍແຈ້ງໃຫ້ຊາບເຖິງນະໂຍບາຍຂອງເວັບໄຊໃນການຮັກສາຄວາມລັບສຳລັບຂໍ້ມູນຂອງລູກຄ້າຫຼືບຸກຄົນໃດທີ່ເຂົ້າມາຢ້ຽມຊົມເວັບໄຊຂອງເຮົາດັ່ງຕໍ່ໄປນີ້:
BentoWeb ມີການປັບປຸງເວັບໄຊຢ່າງຕໍ່ເນື່ອງອາດຈະໃຊ້ອຸປະກອນຊອບແວເພື່ອການເກັບລວບລວມຂໍ້ມູນໃນດ້ານພຶດຕິກຳການສືບຄົ້ນຂໍໍ້ມູນຂອງຜູ້ເຂົ້າມາຢ້ຽມຊົມເວັບໄຊເຊິ່ງຈະນຳຂໍ້ມູນດັ່ງກ່າວໄປໃຊ້ໃນວັດຖຸປະສົງເພື່ອການປັບປຸງເວັບໄຊໃຫ້ເຂົ້າເຖິງກຸ່ມເປົ້າໝາຍໄດ້ຢ່າງມີປະສິດທິພາບເຊິ່ງຂໍ້ມູນທີ່ມີການລວບລວມຈະເປັນດັ່ງຕໍ່ໄປນີ້:
ໝາຍເລກໄອພີ (IP Address)
ຊະນິດຂອງ Browser ທີ່ໃຊ້ໃນການເຂົ້າເຖິງ
Web Page ທີ່ເຂົ້າຢ້ຽມຊົມ
ເວລາທີ່ເຂົ້າຢ້ຽມຊົມ (Access Time)
ເວັບໄຊທີ່ອ້າງເຖິງເວັບຂອງເຮົາ (Referring Website)
ຂໍ້ມູນທີ່ກ່ຽວຂ້ອງຂອງຜູ້ປະກອບການທີ່ໄດ້ໃຊ້ໃນການສະມັກເປີດຮ້ານຈະຖືກນຳໄປໃຊ້ເພື່ອວັດຖຸປະສົງໃນການດຳເນີນງານແລະກວດສອບຄວມຖືກຕ້ອງຕາມກົດໝາຍເທົ່ານັ້ນ ບໍລິສັດຈະຮັກສາຂໍ້ມູນເຫຼົ່ານັ້ນໄວ້ເປັນຄວາມລັບຕະຫຼອດອາຍຸຂອງການໃຊ້ບໍລິການຕາມເກນມາດຕະຖານສຳລັບການຮັກສາຂໍ້ມູນເປັນຄວາມລັບຕາມທີ່ກົດໝາຍໄດ້ກຳນົດ
ກໍລະນີມີໝາຍສານຫຼືຈາກໜ່ວຍງານທີ່ມີອຳນາດບັງຄັບທາງກົດໝາຍໃນການຂໍເຂົ້າເບິ່ງຄວາມເຄື່ອນໄຫວຂອງຮ້ານຄ້າ ບໍລິສັດຈຳເປັນຕ້ອງໃຫ້ຂໍ້ມູນດັ່ງກ່າວແກ່ທາງໜ່ວຍງານລາຊະການເຊິ່ງອາດຈະມີການແຈ້ໃຫ້ຊາບລ່ວງໜ້າກ່ອນຫຼືບໍ່ກໍໄດ້
ຜູ້ປະກອບການຍິນຍອມທີ່ຈະຮັບສື່ເອເລັກໂຕນິກຈາກບໍລິສັດເຊັ່ນການແຈ້ງສະຖານະການສັ່ງຊື້ສິນຄ້າ, ການປະຊາສຳພັນຂໍ້ຕົກລົງອື່ນໆ, ລວມທັງປະກາດຕ່າງໆ ແລະ ກິຈະກຳອື່ນໆທີ່ເໝາະສົມ ນອກເໜືອຈາກການອັບເດດແພັກເກດ ເປັນຕົ້ນໂດຍທັງນີ້ ການຕິດຕໍ່ສື່ສານທາງເອເລັກໂຕນິກການປະກາດຜ່ານໜ້າເວັບໄຊ ແລະ/ຫຼື ການສື່ສານຜ່ານທາງໄປສະນີອີເລັກໂຕນິກ ທ່ານສາມາດພິມຂໍ້ຄວາມຫຼືເນື້ອຫາການສື່ສານເພື່ອເກັບບັນທຶກໄວ້ເປັນຫຼັກຖານ
ການສື່ສານທາງເອເລັກໂຕນິກບໍ່ວ່າກະທຳຜ່ານສື່ເອເລັກໂຕນິກຫຼືໃນຮູບເອກະສານໃດໆ ຈະຖືວ່າເປັນການສື່ສານທີ່ເປັນລາຍລັກອັກສອນແລະຖືວ່າຜູ້ປະກອບການຈະໄດ້ຮັບການສື່ສານດັ່ງກ່າວບໍ່ເກີນ 5ວັນທຳການ ນັບແຕ່ວັນທີ່ມີການປະກາດຫຼືການສົ່ງຂໍ້ຄວາມ ເຖິງແມ່ນວ່າຈະໄດ້ເປີດເບິ່ງຂໍ້ຄວາມຫຼືບໍ່ກໍຕາມ
ບໍລິສັດ ອາດຈະມີການຂໍ້ມູນໜ້າຮ້ານຄ້າ ມາໃຊ້ເພື່ອການປະຊາສໍາພັນຫຼືການສະແດງເປັນກໍລະນີສຶກສາຕົວຢ່າງ ເພື່ອເປັນປະໂຫຍດແກ່ຮ້ານຄ້າອື່ນ ເຊິ່ງທາງຮ້ານຄ້າຍິນຍອມໃຫ້ກະທຳການດັ່ງກ່າວໂດຍບໍ່ຕ້ອງທຳການແຈ້ງລ່ວງໜ້າ ກໍລະນີນຳໄປໃຊ້ແລ້ວຮ້ານຄ້າບໍ່ພໍໃຈສາມາດທຳການແຈ້ງທາງບໍລິສັດເພື່ອໃຫ້ທຳການລຶບອອກຈາກການປະຊສສຳພັນດັ່ງກ່າວໄດ້
ໃນສ່ວນຂອງການເຮັດວຽກທີ່ເຊື່ອມຕໍ່ກັບ Facebook Application
ການດຶງຂໍ້ມູນ: ຫຼັງຈາກທີ່ທາງຜູ້ປະກອບການຫຼືຜູ້ໃຊ້ງານໄດ້ທຳການ "ອານຸຍາດ" ໃຫ້ Facebook Application ເຂົ້າເຖິງຂໍ້ມູນ ສ່ວນຂອງຂໍ້ມູນທາງ Facebook Application ຈະສາມາດເຂົ້າເຖິງໄດ້ຄືຂໍ້ມູນໂປຮໄຟລຂອງຜູ້ໃຊ້ງານ Facebook (ຊື່, ຮູບໂປຣໄຟລ, ເພດ, ອີເມວ, ໆລໆ), ຂໍ້ມູນອື່ນໆທີ່ທາງຜູ້ໃຊ້ງານ Facebook ໄດ້ໃຫ້ເພີ່ມເຕີມໃນລະຫວ່າງການໃຊ້ງານລວມເຖິງເລກບັດປະຈຳຕົວຂອງຜູ້ໃຊ້ງານ (Unique ID)
ການໃຊ້ງານຂອງຂໍ້ມູນ BentoWeb ຈະນໍາຂໍ້ມູນທີ່ໄດ້ຈາກການດຶງຂໍ້ມູນໃນສ່ວນນີ້ເຂົ້າມາໃຊ້ເພື່ອລະບຸຄວາມເປັນຕົວຕົນ ແລະ ປະກອບການໃຊ້ງານຂອງລະບົບເທົ່ານັ້ນ
ນະໂຍບາຍການຊໍາລະເງິນ
BentoWeb ເປັນລະບົບທີ່ອານຸຍາດໃຫ້ຜູ້ປະກອບການທີ່ສົນໃຈເປີດຮ້ານເພື່ອຂາຍສິນຄ້າຫຼືບໍລິການເທິງອິກເຕີເນັດຜ່ານຊ່ອງທາງເອເລັກໂຕຣນິກຕ່າງທໄດ້ສະມັກແລະທຳການເປີດໃຊ້ໂດຍບໍ່ມີຄ່າໃຊ້ຈ່າຍ ໂດຍສາມາດທົດລອງການໃຊ້ງານລະບົບໄດ້ທັນທີ ຫາກໃຊ້ງານແລ້ວມີຄວາມສົນໃຈຢາກທີ່ຈະທຳການເພີ່ມປະສິທິພາບຂອງລະບົບຈຶ່ງຄ່ອຍທຳການຊໍາລະເງິນ
ຊ່ອງທາງການຊໍາລະເງິນ ສາມາດຊໍາລະເງິນຜ່ານທາງ
ການໂອນເງິນຜ່ານທະນາຄານ
ການຊໍາລະດ້ວຍບັດເຄດິດ ຜ່ານລະບົບຮັບຊໍາລະເງິນອອນໄລນຈກຜູ້ໃຫ້ບໍລິການ PAYPAL
ການຊໍາລະດ້ວຍບັດເຄດິດ ຜ່ານລະບົບຮັບຊໍາລະເງິນອອນໄລນຈາກຜູ້ໃຫ້ບໍລິການ Omise
ເຊິ່ງສາມາດເບິ່ງລາຍລະອຽດການຊໍາລະເງິນໄດ້ທັງຈາກລະບົບຫຼັງບ້ານຊອງທາງຜູ້ປະກອບການໃນສ່ວນຂອງ Tab "Upgrade" ແລະ ຈາກອີເມວ "ໃບສັ່ງຊື້" ທີ່ທາງລະບົບໄດ້ຈັດສົ່ງໄປໃຫ້
ນະໂຍບາຍການເປີດແພັກເກດ
BentoWeb ຈະໃຊ້ອີເມວທີ່ທາງຜູ້ປະກອບການໄດ້ໃຊ້ໃນຂັ້ນຕອນຂອງການສະມັກເປີດຮ້ານເປັນຕົວປົດລ໋ອກ ການໃຊ້ງານ ແລະ ໃຊ້ໃນການລ໋ອກອິນເຂົ້າລະບົບຫຼັງບ້ານສຳລັບການຈັດການຮ້ານຄ້າ
ກໍລະນີຊໍາລະເງິນໂດຍການໂອນເງິນຜ່ານທະນາຄານ ບໍລິສັດຈະໃຊ້ເວລາໃນການກວດສອບການຊໍາລະເງິນພາຍໃນ 1-3 ວັນ ກໍລະນີວັນຢຸດ ຂໍເລື່ອນໄປເປັນວັນທຳການວັນທຳອິດ ທັງນີ້ຈະຕ້ອງແຈ້ງການຊໍາລະເງິນເຂົ້າມາຜ່ານຊ່ອງທາງທີ່ໄດ້ຈັດກຽມໄວ້ໃຫ້ດັ່ງນີ້
ລະບົບຫຼັງບ້ານຂອງຜູ້ປະກອບການໃນສ່ວນຂອງ Tab "Upgrade"
ລິ້ງຈາກອີເມວໃບສັ່ງຊື້
ຕິດຕໍ່ Call Center: 02 6836512 ໃນວັນແລະເວລາທຳການຕັ້ງແຕ່ 9.00 - 18.00 ໂມງ ວັນຈັນ-ວັນສຸກ ຍົກເວັ້ນວັນພັກສາທາລະນະ
ນະໂຍບາຍການຄືນເງິນ/ການຄືນສິນຄ້າ/ການປ່ຽນແປງ ແລະ ການຍົກເລີກບໍລິການ
BentoWeb ບໍ່ມີນະໂຍບາຍໃນການຄືນເງິນ ຫຼື ການຄືນສິນຄ້າ ແລະ ບໍລິການ ສຳລັບຜູ້ປະກອບການທີ່ໄດ້ທຳການອັບເກດແພັກເກັດຕາມໄລຍະເວລາທີ່ໄດ້ທຳການເລືອກໄວ້ກ່ອນຊໍາລະເງິນທຸກກໍລະນີ ແລະ ໃນທຸກແພັກເກັດ
ຫາກຕ້ອງການທີ່ຈະປັບປ່ຽນແພັກເກັດເປັນແພັກເກັດທີ່ສູງກວ່າ ແລະ ໃນໄລຍະເວລາທີ່ຫຼາຍຂຶ້ນ ຫຼືຕ້ອງການຍົກເລີກບໍລິການ ສາມາດເຮັດໄດ້ໃນກໍລະນີນີ້ໃຫ້ຕິດຕໍ່ເຂົ້າມາຜ່ານຊ່ອງທາງ Call Center: 02 683 6512 ຫຼືອີເມວເຂົ້າມາທີ info@bentoweb.com ໃນວັນແລະເວລາທຳການ 9.00 - 18.00ໂມງ ຈັນ-ສຸກ ຍົກເວັ້ນວັນພັກສາທາລະນະ
ນະໂຍບາຍແກ້ໄຂບັນຫາຂໍ້ຮ້ອງຮຽນ
ມາດຕະການຄຸ້ມຄອງ ແລະ ຮັກສາຄວາມລັບຂອງຜູ້ຮ້ອງຮຽນ
ເພື່ອເປັນການຄຸ້ມຄອງສິດທິຂອງຜູ້ຮ້ອງຮຽນແລະຜູ້ໃຫ້ຂໍ້ມູນທີ່ກະທຳໂດຍເຈຕະນາສຸດຈະລິດທາງ BentoWeb ຈະປົົກປິດຊື່ ທີ່ຢູ່ ຫຼືຂໍ້ມູນໃດໆທີ່ສາມາດລະບຸຕົວຜູ້ຮ້ອງຮຽນຫຼືຜູ້ໃຫ້ຂໍ້ມູນໄດ້ ແລະ ຈະເກັບຮັກສາຂໍ້ມູນຂອງຜູ້ຮ້ອງຮຽນແລະຜູ້ໃຫ້ຂໍ້ມູນໄວ້ເປັນຄວາມລັບ ໂດຍຈຳກັດສະເພາະຜູ້ຮັບຜິດຊອບໃນການດຳເນີນການກວດສອບຮ້ອງຮຽນເທົ່ານັ້ນທີ່ຈະເຂົ້າເຖິງຂໍ້ມູນດັ່ງກ່າວໄດ້
ທັງນີ້ຜູ້ໄດ້ຮັບຂໍ້ມູນຈາກການປະຕິບັດໜ້ທີ່ທີ່ກ່ຽວຂ້ອງກັບເລື່ອງຮ້ອງຮຽນ ມີໜ້າທີ່ເກັບຮັກສາຂໍ້ມູນ ຂໍ້ຮ້ອງຮຽນ ແລະ ເອກະສານຫຼັກຖານຂອງຜູ້ຮ້ອງຮຽນແລະຜູ້ໃຫ້ຂໍ້ມູນໄວ້ເປັນຄວາມລັບ ຫ້ມເປີດເຜີຍຂໍ້ມູນແກ່ບຸກຄົນອື່ນທີ່ບໍ່ມີໜ້າທີ່ກ່ຽວຂ້ອງ ເວັ້ນແຕ່ເປັນການເປີດເຜີຍຕາມໜ້າທີ່ກົດໝາຍກຳນົດ
ການດຳເນີນການເມື່ອໄດ້ຮັບເລື່ອງຮ້ອງຮຽນ
BentoWeb ເປັນຜູ້ພິຈາລະນາເລື່ອງຮ້ອງຮຽນທີ່ໄດ້ຮັບທັນທີ ແລະ ແຈ້ງໃຫ້ໜ່ວຍງານທີ່ກ່ຽວຂ້ອງດຳເນີນການສອບສວນຂໍ້ເທັດຈິງກ່ຽວກັບເລື່ອງທີ່ໄດ້ຮັບ ການຮ້ອງຮຽນ ແລະ ດຳເນີນການແກ້ໄຂຢ່າງເໝາະສົມ
BentoWeb ຈະຕິດຕາມຜົນຄວາມຄືບນ້າເປັນໄລຍະ ເຊິ່ງໜ່ວຍງານທີ່ກ່ຽວຂ້ອງຈະແຈ້ງຜົນການດຳເນີນງານພາຍໃນໄລຍະເວລາທີ່ເໝາະສົມໃຫ້ແກ້ຜູ້ຮ້ອງຮຽນໄດ້ຊາບ
ຊ່ອງທາງການຮັບເລື່ອງຮ້ອງຮຽນ
ຜູ້ຮ້ອງຮຽນສາມາດສົ່ງຂໍ້ຮ້ອງຮຽນພ້ອມລະບຸລາຍລະອຽດຂອງເລື່ອງທີ່ຈະຮ້ອງຮຽນ ພ້ອມຊື່ ທີ່ຢູ່ ແລະໝາຍເລກໂທລະສັບທີ່ສາມາດຕິດຕໍ່ໄດ້ ແລະ ສົ່ງເລື່ອງຮ້ອງຮຽນເຂົ້າມາໄດ້ທີ່
ຊ່ອງທາງທີ່ 1 ຜ່ານທາງໜ້າເວັບໄຊ www.bentoweb.com ຈາກໜ້າຕິດຕໍ່ເຮົາ
ຊ່ອງທາງທີ 2 ຜ່ານທາງອີເມວ ສົ່ງທາທີ່ອີເມວ info@bentoweb.com
ຊ່ອງທາງທີ 3 ສົ່ງຈົດໝາຍຂໍ້ຮ້ອງຮຽນທາງໄປສະນີມາທີ
ບໍລິສັດ ຊີແມນທິກ ທັດ ຈຳກັດ
549/7 ຊອຍສາທຸປະດິດ 34 ຖະໜົນສາທຸປະດິດ ແຂວງບາງໂພງພາງ ເຂດຢານນາວາ ກຸງເທບ 10120
ທີມງານຈະຮີບເລ່ງດຳເນີນງານກັບທຸກເລື່ອງຮ້ອງຮຽນຂອງທ່ານແລະທຳການຕິດຕໍ່ກັບເພື່ອສອບຖາມເຖິງບັນຫາທີ່ເກີດຂຶ້ນເພີ່ມເຕີມພາຍໃນ 3 ວັນທຳການ
ໝາຍເຫດ:
ບໍລິສັດ ຊີແມນທິກ ທັດ ຈຳກັດ ຂໍສະຫງວນລິຂະສິດໃນການປ່ຽນແປງລາຄາ ລານການ ແລະ ເງື່ອນໄຂໂດຍບໍ່ຕ້ອງແຈ້ງໃຫ້ຊາບລາວໜ້າ
ບໍລິສັດ ຊີແມນທິກ ທັດ ຈຳກັດ ແລະ BentoWeb ບໍ່ມີສ່ວນກ່ຽວຂ້ອງກັບ Facebook ແຕ່ຢ່າງໃດ