ຢາກຂະຫຍາຍກຸ່ມລູກຄ້າ ຢາກເພີ່ມໂອກາດໃນການຂາຍ

ເຮົາກຽມທຸກຢ່າງທີ່ຈຳເປັນເອົາໄວ້ ເພື່ອຊ່ວຍໃຫ້ທຸລະກິດຂອງທ່ານເຕີບໂຕ E-commerce ໄດ້ຢ່າງເຕັມທີ່

ຢາກຂະຫຍາຍກຸ່ມລູກຄ້າ ຢາກເພີ່ມໂອກາດໃນການຂາຍ
ເຂົ້າເຖິງລູກຄ້າໃນຫຼາຍປະເທດ

ເຂົ້າເຖິງລູກຄ້າໃນຫຼາຍປະເທດ

ຢ່າຕີກອບໃຫ້ທຸລະກິດຂອງທ່ານຢູ່ແຕ່ກຸ່ມລູກຄ້າຄົນລາວ BentoWeb ກຽມຄວາມພ້ອມໃຫ້ຮ້ານອອນໄລນຂອງທ່ານສາມາດສື່ສານໄດ້ຫຼາຍເຖິງ 4ພາສາຄື ໄທ, ອັງກິດ, ຈີນ ແລະ ຍີ່ປຸ່ນ ເຈົ້າຂອງຮ້ານສາມາດກຳນົດພາສາໜ້າຮ້ານ ຫຼື ໃຫ້ລູກຄ້າເລືອກພາສາດ້ວຍຕົວເອງ ການສື່ສານພາຍໃນຮ້ານທັງໝົດ ບໍ່ວ່າຈະເປັນໃບອໍເດີ ຫຼື ການແຈ້ງເຕືອນຈະເປັນພາສາທີ່ເລືອກໄວ້ໃຫ້ໂດຍອັດຕາໂນມັດ

ເລືອກຮັບສະກຸນເງິນຕ່າງປະເທດ

ເລືອກຮັບສະກຸນເງິນຕ່າງປະເທດ

ຮ້ານອອນໄລນຂອງທ່ານສາມາດເລືອກຮັບສະກຸນເງິນຕ່າງປະເທດໄດ້ BentoWeb ກຽມສະກຸນເງິນໄວ້ໃຫ້ທ່ານເລືອກເຖິງ 8 ຮູບແບບໄດ້ແກ່ Thai Baht, US Dollar, Japanese Yen, Malaysian Ringgit, Chinese Renminbi Yuan, Swedish Krona, Euro, ແລະ Myanmar Kyat

ຮັບຊໍາລະເງິນໄດ້ຫຼາຍຊ່ອງທາງ

ຮັບຊໍາລະເງິນໄດ້ຫຼາຍຊ່ອງທາງ

ຢຸດປິດກັ້ນໂອກາດດ້ວຍການຈຳກັດຊ່ອງທາງການຮັບເງິນໄວ້ແຕ່ໂອນເງິນຜ່ານບັນຊີທະນາຄ່ນພຽງຢ່າງດຽວເພາະວ່າ BentoWeb ຊ່ວຍໃຫ້ທຸລະກິດຂອງທ່ານຮັບການຊຳລະເງິນໄດ້ຫຼາຍຮູບແບບ ພຽງແຕ່ໄປສະໝັກຊ່ອງທາງການຮັບຊໍາລະເງິນທີ່ທ່ານຕ້ອງການໃຊ້ແລ້ວໃສ່ໝາຍເລກອ້າງອີງໃນລະບົບຫຼັງບ້ານຂອງ BentoWeb ທ່ານພ້ອມຮັບເງິນຜ່ານຊ່ອງທາງນັ້ນໄດ້ທັນທີ

ຄຳນວນຄ່າຈັດສົ່ງໄດ້ຢ່າງທັນໃຈ ທັງໃນ ແລະ ຕ່າງປະເທດ

ຄຳນວນຄ່າຈັດສົ່ງໄດ້ຢ່າງທັນໃຈ ທັງໃນ ແລະ ຕ່າງປະເທດ

ທ່ານສາມາດເລືອກໃຫ້ລະບົບຄຳນວນຄ່າຈັດສົ່ງໂດຍອີງກັບຖານຂໍ້ມູນຂອງຜູ້ໃຫ້ບໍລິການຈັດສົ່ງໂດຍອັດຕາໂນມັດ ຫຼື ຈະເລືອກກຳນົດເງື່ອນໄຂໃນການຄຳນວນຄ່າຈັດສົ່ງດ້ວຍຕົວເອງ

BentoWeb ກຽມວິທີການຄຳນວນໄວ້ຫຼາຍຮູບແບບ ໄດ້ແກ່ ການກຳນົດລາຄາຈັດສົ່ງຕາຍຕົວ, ຕາມລາຄາລວມໃນກະຕ່າສິນຄ້າ, ຕາມຈຳນວນສິນຄ້າລວມໃນກະຕ່າສິນຄ້າ, ຕາມນໍ້າໜັກລວມໃນກະຕ່າສິນຄ້າ, ຕາມຈຳນວນຊິ້ນທີ່ສັ່ງຊື້, ລວມທັງການຄິດຄ່າສົ່ງຕາມລະຫັດໄປສະນີ

ຮູ້ຈັກລູກຄ້າຫຼາຍຂຶ້ນ ຍອດຂາຍກໍເພີ່ມຂຶ້ນ

ຮູ້ຈັກລູກຄ້າຫຼາຍຂຶ້ນ ຍອດຂາຍກໍເພີ່ມຂຶ້ນ

ຫາກທ່ານຄິດວ່າການນຳຂໍ້ມູນຂອງລູກຄ້າມາໃຊ້ເປັນເລື່ອງຫຍຸ້ງຍາກ BentoWeb ຈະເຮັດໃຫ້ທ່ານປ່ຽນໃຈ ພວເຮົາຊ່ວຍສະຫຼຸບຂໍ້ມູນອອກມາເປັນແຜນພາບທີ່ງ່າຍຕໍ່ການນຳໄປໃຊ້ ແລະ ເກັບຂໍ້ມູນປະຫວັດການສັ່ງຊື້ຂອງລູກຄ້າເປັນລາຍບຸກຄົນ ທ່ານສາມາດໃຊ້ຂໍ້ມູນນີ້ເພື່ອວາງແຜນທາງການຕະຫຼາດ ຫຼື ໃຊ້ໃນການລົງໂຄສະນາເພື່ອເຂົ້າເຖິງກຸ່ມລູກຄ້າເປົ້າໝາຍໄດ້ຢ່າງຖືກຈຸດ

ດຶງລູກຄ້າໃຫ້ກັບມາຊື້ໃໝ່

ດຶງລູກຄ້າໃຫ້ກັບມາຊື້ໃໝ່

ບໍ່ມີລູກຄ້າໃດຈະດີໄປກວ່າລູກຄ້າທີ່ເຊື່ອມໝັ້ນໃນແບຣນຂອງເຮົາຢູ່ແລ້ວ BentoWeb ຊ່ວຍໃຫ້ທ່ານດຶງລູກຄ້າເຫຼົ່ານັ້ນໃຫ້ກັບມາສັ່ງຊື້ໃໝ່ໂດຍການແຈ້ງຂ່າວສານ ແລະ ໂປຣໂມຊັນລົງໃນໃບເຊັກຮັບເງິນ

ສ້າງເງື່ອນໄຂທີ່ລູກຄ້າ ບໍ່ສາມາດປະຕິເສດ

ລາຄາເປັນໜຶ່ງໃນກົນລະຍຸດສຳລັບສ້າງຍອດຂາຍ BentoWeb ຊ່ວຍໃຫ້ທ່ານກຳນົດໃນແບບທີ່ຕ້ອງການ

ສ້າງເງື່ອນໄຂທີ່ລູກຄ້າ ບໍ່ສາມາດປະຕິເສດ

ສ້າງມູນຄ່າໃຫ້ກັບແບຣນຜ່ານ Content Marketing

ສື່ສານໃຫ້ລູກຄ້າຮູ້ວ່າທຸລະກິດຂອງທ່ານນັ້ນຄັກບ່ອນໃດ ແລ້ວເປັນຫຍັງພວກເຂົາຈຶ່ງຕ້ອງສັ່ງຊື້ສິນຄ້າກັບທ່ານດ້ວຍ Content Marketing ຜ່ານບົດຄວາມທີ່ທ່ານສາມາດສ້າງແລະ ແບ່ງປັນໄດ້ຢ່າງບໍ່ຈຳກັດໃນລະບົບ Blog ເທິງໜ້າຮ້ານຂອງທ່ານ

ສ້າງມູນຄ່າໃຫ້ກັບແບຣນຜ່ານ Content Marketing

ສະຫຼຸບລາຍງານການຂາຍ

ເຈົ້າຂອງຮ້ານສາມາດເບິ່ງຂໍ້ມູນຄວາມເຄື່ອນໄຫວພາຍໃນຮ້ານ ເພື່ອກຳນົດທິດທາງໃນການບໍລິຫານຮ້ານຕໍ່ໄປໃນອານາຄົດ

ສະຫຼຸບລາຍງານການຂາຍ
  • ສະຫຼຸບລາຍງານການຊື້

    ສະຫຼຸບການສັ່ງຊື້ທັງໝົດທີ່ໄດ້ຮັບການຊໍາລະເງິນແລ້ວໃນຊ່ວຍໄລຍະເວລາທີ່ທ່ານກຳນົດ

  • ສະຫຼຸບລາຍງານການຂາຍ

    ສະຫຼຸບລາຍການ ແລະ ຈຳນວນສິນຄ້າທີ່ຂາຍໄດ້ໃນຊ່ວງໄລຍະເວລາທີ່ກຳນົດພ້ອມເບິ່ງລາຍລະອຽດຂອງໃບສັ່ງຊື້ທີ່ກ່ຽວຂ້ອງໄດ້ອີກດ້ວຍ

  • ລາຍງານ Stock ສິນຄ້າ

    ສະຫຼຸບສິນຄ້າທີ່ຄົງເຫຼືອ, ຈຳນວນສິນຄ້າທີ່ຖືກສັ່ງຊື້, ແລະ ມູນຄ່າຂອງ Stock ສິ້ນຄ້າໃນຮ້ານຂອງທ່ານໃນເວລາປັດຈຸບັນ

  • ລາຍງານພາສີຂາຍ

    ສາມາດຊ່ວຍທ່ານຈັດທຳຈຳນວນພາສີທີ່ທ່ານຕ້ອງຊໍາລະພາຍໃນຊ່ວງໄລຍະເວລາທີ່ກຳນົດ

ເລີ່ມຮັບອໍເດີຈາກທຸກຊ່ອງທາງໄດ້ທັນທີ

ສະຫມັກຮ້ານຟຣີ ບໍ່ມີມື້ຫມົດອາຍຸ

ສະຫມັກເປີດຮ້ານຟຣີ
BentoWeb ທົດລອງໃຊ້ງານໄດ້ຟີຣີ ບໍ່ມີມື້ຫມົດອາຍຸ