BentoWeb ຊ່ວຍໃຫ້ງານທຸກສ່ວນ ຕັ້ງແຕ່ການຮັບອໍເດີຈົນເຖິງການຈັດສົ່ງເປັນເລື່ອງງ່າຍ ເຮົາຊ່ວຍໃຫ້ທ່ານບໍ່ພາດທຸກໂອກາດໃນການຂາຍ ໂດຍບໍລິຫານ stock ສິນຄ້າ ແລະ ສະລຸບຍອດຂາຍພ້ອມອັບເດດສະຖານະຂອງແຕ່ລະອໍເດີໃຫ້ໂດຍອັດຕໂນມັດ
ບໍ່ວ່າລູກຄ້າຈະທຳການສັ່ງຊື້ຜ່ານແຊັດ ຫຼື ຮ້ານອອນໄລນ BentoWeb ກໍພ້ອມຊ່ວຍໃຫ້ທ່ານຕອບສະໜອງຕໍ່ພຶດຕິກຳການສັ່ງຊື້ໃນທຸກຮູບແບບ
ເຮົາກຽມຮ້ານອອນໄລນຂອງທ່ານໃຫ້ຮອງຮັບການເຂົ້າເຖິງຈາກທຸກອຸປະກອນ ບໍ່ວ່າຈະເປັນຄອມພິວເຕີ, ໂທລະສັບມືຖື, ຫຼື ແທັບເລັດ ເຮັດໃຫ້ທ່ານສາມາດຮັບການສັ່ຊື້ ແລະ ການຊໍາລະເງິນໄດ້ໂດຍອັດຕາໂນມັດ
ລູກຄ້າສະດວກທີ່ຈະທຳການສັ່ງຊື້ຜ່ານແຊັດ? BentpPOS ຈະຊ່ວຍໃຫ້ທ່ານອອກໃບສັ່ງຊື້ ໂດຍບໍ່ຕ້ອງກັງວົນກັບເລື່ອງສະຕ໋ອກສິນຄ້າອີກຕໍ່ໄປ
ເບິ່ງລາຍລະອຽດເພີ່ມເຕີມ >BentoWeb ຊ່ວຍສະຫຼຸບຍອດຂາຍພ້ອມອັບເດດສະຖານະຂອງແຕ່ລະອໍເດີ ເຮັດໃຫ້ທ່ານຮູ້ໄດ້ທັນທີວ່າມີຈັກອໍເດີທີ່ສັ່ງເຂົ້າມາ, ອໍເດີໃດມີການແຈ້ງການໂອນເງິນແລ້ວ, ແລະ ອໍເດີໃດທີ່ພ້ອມຈັດສົ່ງໄດ້ທັນທີ່
ເຮົາຍັງຊ່ວຍແກ້ໄຂບັນຫາເລື່ອງຄວາມສັບສົນ ແລລະ ຫຼຸດຜ່ອນຄວາມຜິດພາດທີ່ອາດຈະເກີດຂຶ້ນໂດຍຈະສົ່ງ Email ແຈ້ງເຕືອນໃນທຸກຄວາມເຄື່ອນໄຫວຂອງແຕ່ລະອໍເດີໄປຍັງລູກຄ້າ ແລະ ເຈົ້າຂອງຮ້ານໃຫ້ ໂດຍອັດຕາໂນມັດ
ລະບົບ Stock ສິນຄ້າຂອງ BentoWeb ສາມາດຊ່ວຍໃຫ້ເຈົ້າຂອງຮ້ານຫຼຸດໂອກາດໃນການເກີດຂໍ້ຜິດພາດ ແລະ ເພີ່ມໂອກາດໃນການຂາຍ
ທ່ານສາມາດເລືອກວິທີຕັດ Stock ທີ່ເໝາະສົມກັບປະລິມານການສັ່ງຊື້ພາຍໃນຮ້ານໄດ້ 2 ຮູບແບບ ລະຫວ່າງຕັດທັນທີທີ່ມີການສັ່ງຊື້ ແລະ ຕັດທັນທີທີ່ມີການຊໍາລະເງິນ
ທ່ານສາມາເລືອກທີ່ຈະເຊື່ອງຫຼືສະແດງຈຳນວນສິນຄ້າຄົງເຫຼືອໃນຮ້ານຂອງທ່ານ
ທ່ານສາມາດເລືອກເຊື່ອງ ຫຼືສະແດງສິນຄ້ານັ້ນໄດ້ຫາກເລືອກໃຫ້ສະແດງຢູ່ ລະບົບຈະເປີດໃຫ້ລູກຄ້າລົງທະບຽນ ເມື່ອເຈົ້າຂອງຮ້ານເຕີມສິນຄ້າເຂົ້າຮ້ານ ລະບົບຈະສົ່ງ Email ແຈ້ງເຕືອນລູກຄ້າໂດຍອັດຕາໂນມັດ
ເຮົາຊ່ວຍບໍລິຫານ stock ສິນຄ້າພ້ອມຕິດຕາມລູກຄ້າໃຫ້ກັບມາທຳການສັ່ງຊື້ ຫຼື ຊໍາລະເງິນໃຫ້ສຳເລັດສົມບູນໂດຍອັດຕາໂນມັດ
ໃບສັ່ງຊື້ຈະຖືກຍົກເລີກ ຫາກລູກຄ້າບໍ່ໄດ້ທຳການຊໍາລະເງິນໃນເວລາທີ່ທ່ານກຳນົດໄວ້ ແລະລະບົບຈະທຳການຄືນສິນຄ້າໃນໃບສັ່ງຊື້ນັ້ນກັບສູ່ stock ໂດຍອັດຕາໂນມັດ
ຫາກສິນຄ້າທີ່ລູກຄ້າຕ້ອງການເກີດຂາດສະຕ່ອກລູກຄ້າສາມາດໃສ່ Email ເພື່ອໃຫ້ລະບົບແຈ້ງບອກທັນທີ ເວລາມີສິນຄ້າເຂົ້າຮ້ານ
ໃນກໍລະນີທີ່ລູກຄ້າທຳການເພີ່ມສິນຄ້າລົງກະຕ່າ ແລະ ໃສ່ຂໍ້ມູນການຈັດສົ່ງແລ້ວ ແຕ່ມີເຫດເຮັດໃຫ້ຕ້ອງອອຈາກຮ້ານກາງຄັນ ມື້ທັດມາກ່ອນທ່ຽງ BentoWeb ຈະສົ່ງ Email ແຈ້ງເຕືອນໃຫ້ລູກຄ້າກັບເຂົ້າມາທຳການສົ່ງຊື້ໃຫ້ສຳເລັດສົມບູນໂດຍອັດຕາໂນມັດ
ກ່ອນໃບສັ່ງຊື້ຈະໝົດອາຍຸ 1ວັນ ທ່ານສາມາດລະບຸໃຫ້ BentoWeb ແຈ້ງເຕືອນລູກຄ້າຜ່ານທາງ Email ໃຫ້ທຳການຊໍາລະເງິນໃຫ້ສົມບູນ
ບໍ່ຕ້ອງປວດຫົວກັບການໄລ່ຫາຂໍ້ມູນການສັ່ງຊື້ແບບບໍ່ຮູ້ຈົບ ທຸກຢ່າງທີ່ທ່ານຢາກຮູ້ຖືກລວມໄວ້ທີ່ນີ້ແລ້ວ
ໃຜສັ່ງຊື້ຫຍັງ ຈັດສົ່ງໃສ - ດ້ວຍວິທີການໃດ ຂໍ້ມູນທີ່ຈຳເປັນຈະຖືກຈັດລຽງໄວ້ຢ່າງເປັນລະບຽບເພື່ອການຈັດການທີ່ວ່ອງໄວ
BentoWeb ຈະສະແດງສະເພາະຄຳສັ່ງທີ່ເຈົ້າຂອງຮ້ານສາມາດຈັດການກັບອໍເດີໄດ້ໂດຍສຳພັນກັບສະຖານະນຂອງໃບສັ່ງຊື້ໃນປັດຈຸບັນ
ເມື່ອທຸກຄວາມເຄື່ອນໄຫວຂອງໃບສັ່ງຊື້ຖືກສະຫຼຸບໄວ້ໜ້າດຽວທັງທ່ານແລະລູກຄ້າຈະເກີດຄວາມເຂົ້າໃຈດຽວກັບ ການບໍລິຫານຄວາມສຳພັນກໍເປັນເລື່ອງງ່າຍ
ເຮົາກຽມເຄື່ອງມື ແລະ ສ້າງຂັ້ນຕອນໄວ້ໃຫ້ຢ່າງເປັນລະບົບ ເພື່ອໃຫ້ເຈົ້າຂອງຮ້ານທຸກຄົນສາມາດຈັດການເລື່ອງການສົ່ງໃນຮ້ານໄດ້ຢ່າງວ່ອງໄວ
ບໍ່ວ່າຄຳສັ່ງຊື້ຈະມາຈາກຊ່ອງທາງໃດ ຈະມາຈາກການແຊັດ ຫຼື ຈາກໜ້າຮ້ານອອນໄລນ ເຮົາຊ່ວຍສະຫຼຸບແໍເດີທີ່ທ່ານຕ້ອງທຳການຈັດສົ່ງໄວ້ໃຫ້ໃນທີ່ດຽວ
ເຮົາກຽມໃບຈັດກຽມສິຄ້າຫຼື Pick Slip ໄວ້ເພື່ອໃຫ້ທ່ານຮູ້ວ່າຮອບການຈັດສົ່ງນີ້ ທາງຮ້ານຕ້ອງຢິບຈັບສິນຄ້າຫຍັງແນ່, ຈຳນວນເທົ່າໃດ ແລະ ຕ້ອງນໍາໄປໃສ່ກ່ອງໃດ
ທ່ານສາມາດສັ່ງພິມໃບເຊັກຮັບເງິນ, ໃບຕິດນ້າກ່ອງ ພ້ອມລະບຸໂປຣໂມຊັນດຶງດູດໃຈລູກຄ້າໃຫ້ກັບມາຊື້ອີກຄັ້ງ
ບໍ່ຄ້ອງລຸ້ນວ່າຈະຈົດຜິດຫຼືຖືກ BentoWeb ຊ່ວຍໃຫ້ທ່ານໃຊ້ Barcode scanner ໃນການຈັບຄູ່ອໍເດີກັບໝາຍເລກພັດສະດຸຈາກລະບົບຫຼັງບ້ານໄດ້ທັນທີ
ສົ່ງ Email ສະແດງຄວມຂອບໃຈ ພ້ອມໝາຍເລກພັດສະດຸໃຫ້ກັບລູກຄ້າເປັນລາຍບຸກຄົນ ຮ້ານອອນໄລນຂອງທ່ານຈະຖືກເຊື່ອມຕໍ່ເຂົ້າກັບລະບົບຕິດຕາມພັດສະດຸຂອງໄປສະນີລາວເອົາໄວ້ແລ້ວ ເຮັດໃຫ້ເຈົ້າຂອງຮ້ານແລະລູກຄ້າສາມາດກວດສອບການຈັດສົ່ງໄດ້ທຸກສະຖານະ
ຈຳກັດສິດທິ ແລະ ຄວບຄຸມການເຂົ້າເຖິງຂໍ້ມູນພາຍໃນຮ້ານຂອງທ່ານ
ຕຳແໜ່ງພາຍໃນຮ້ານ |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
---|---|---|---|---|---|---|---|---|
ກວດສອບລາຍງານການຂາຍ ເຂົ້າເຖິງລາຍງານການຂາຍ, ການສັ່ງຊື້ສິນຄ້າ, ຂໍ້ມູນ Stock ສິນຄ້າ | ||||||||
ຈັດການຂໍ້ມູນສິນຄ້າ ເພີ່ມ-ລຶບ-ເຊື່ອງສິນຄ້າ, ປັບລາຄາ, ປັບ Stock | ||||||||
ອອກໃບສັ່ງຊື້ຜ່ານ BentoPOS ເປີດບິນຮັບອໍເດີຜ່ານແຊັດຈາກ Facebook, LINE, ແລະ Instagram | ||||||||
ເບິ່ງແຍງເລື່ອງການເງິນ ກວດສອບການຊໍາລະເງິນ, ອອກໃບເຊັກຮັບເງິນ-ໃບນຳສົ່ງສິນຄ້າ | ||||||||
ບໍລິການລູກຄ້າ ເບິ່ງຂໍ້ມູນລາຍລະອຽດໃບສັ່ງຊື້ຂອງລູກຄ້າ | ||||||||
ບໍລິຫານການຈັດສົ່ງ ແຈ້ງສະຖານະການຈັດສົ່ງສິນຄ້າກັບລູກຄ້າ | ||||||||
ຈັດການຂໍ້ມູນຮ້ານຄ້າ ແກ້ໄຂລາຍລະອຽດ ແລະ ນະໂຍບາຍການຈັດສົ່ງ-ການຮັບຊໍາລະເງິນຂອງຮ້ານ | ||||||||
ບໍລິຫານງານການຕະຫຼາດ ຕັ້ງນະໂຍບາຍການຫຼຸດລາຄາ ແລະ ເຂົ້າເຖິງຂໍ້ມູນລູກຄ້າ | ||||||||
ເຊື່ອມຕໍ່ຮ້ານຄ້າເຂົ້າ Facebook page ສາມາດນຳຮ້ານໄປເຊື່ອມກັບ Facebook page ໃດກໍໄດ້ທີ່ເປັນ Admin ຢູ່ | ||||||||
ຈັດການຜູ້ດູແລຮ້ານ ເພີ່ມ-ລົບ ຫຼື ແກ້ໄຂຕໍາແໜ່ງຂອງຜູ້ເບິ່ງແຍງ |
ທ່ານສາມາດເບິ່ງລາຍລະອຽດແລະສະຖານະການຂອງແຕ່ລະອໍເດີ, ແຈ້ງຢືນຢັນຄວາມຖືກຕ້ອງພ້ອມອອກໃບເຊັກຮັບເງິນໃຫ້ກັບລູກຄ້າ ລວມທັງກວກສອບສະຖານະການຈັດສົ່ງໄດ້ທັນທີ ຈາກໂທລະສັບມືຖືຂອງທ່ານ
ເບິ່ງລາຍລະອຽດເພີ່ມເຕີມ >