ໂຕ້ຕອບ, ຮຽນຮູ້ຄວາມຕ້ອງການ, ແລະ ຊ່ວຍທ່ານປິດການຂາຍກັບລູກຄ້າທີ່ທັັກເຂົ້າມາຜ່ານFacebook ດ້ວຍ ChatBot ທີ່ທ່ານສາມາດສ້າງແລະຈັດລຳດັບການໂຕ້ຕອບດ້ວຍຕົວເອງ
ChatBot ເຮັດວຽກຮ່ວມກັບຮ້ານອອນໄລນຂອງທ່ານຢ່າງລົງຕົວ ໂດຍຈະໃຊ້ການໂຕ້ຕອບທີ່ທ່ານສ້າງຂຶ້ນຮ່ວມກັບນະໂຍບາຍຕ່າງໆທີ່ຖືກກຳນົດໄວ້ແລ້ວໃນລະບົບຫຼັງບ້ານເພື່ອສື່ສານກັບລູກຄ້າທີ່ມາຈາກ Facebook ແຊັດໃຫ້ໂດຍອັດຕາໂນມັດ ເຈົ້າຂອງຮ້ານສາມາດເຫັນທຸຸກການໂຕ້ຕອບລະຫວ່າງ ChatBot ກັບລູກຄ້າ ແລະ ສາມາດພິມແຊກເຂົ້າມາໄດ້ຕະຫຼອດເວລາ
ກ່າວທັກທາຍ ແລະ ຮຽນຮູ້ຄວາມຕ້ອງການຂອງລູກຄ້າໂດຍສ້າງລຳດັບການໂຕ້ຕອບງ່າຍໆດ້ວຍຕົວເອງຜ່ານລະບົບຫຼັງຮ້ານ ທ່ານສາມາດສ້າງຄວາມປະທັບໃຈໃນການໃຫ້ບໍລິການ ແລະ ລົດເວລາໃນການຖາມ-ຕອບໄດ້ຜ່ານເຄື່ອງືທີ່ເຮົາກຽມໄວ້ໃຫ້ດັ່ງນີ້:
ປ່ຽນ Facebook Messenger ໃຫ້ເປັນໜ້າຮ້ານຂອງທ່ານຢ່າງເຕັມຮູບແບບ ChatBot ຈະເຂົ້າໄປເພີ່ມເມນູໃນ Chat ຂອງລູກຄ້າ ເພື່ອຖ້າອໍານວຍຄວາມສະດວກໃຫ້ລູກຄ້ສາມາດກວດສອບສະຖານະການຈັດສົ່ງ ຫຼື ເບິ່ງຂໍ້ມູນຕ່າງໆໄດ້ດ້ວຍຕົວເອງ
ລູກຄ້າສາມາດຕອບກັບ ChatBot ຜ່ານເມນູຕົວເລືອກທີ່ທ່ານກຳນົດເອງ ແລ້ວທຳການສັ່ງຊື້ໄດ້ງ່າຍໆພຽງກົດເລືອກສິນຄ້າລົງກະຕ່າເທິງ Facebook Messenger ແລ້ວກົດຊໍາລະເງິນ
ChatBot ຈະທຳການແຈ້ງເຕືອນລູກຄ້າໃຫ້ທຳການສັ່ງຊື້ ຫຼື ເຕືອນໃຫ້ລູກຄ້າຮີບທຳການຊໍາລະເງິນໃຫ້ສຳເລັດຕາມນະໂຍບາຍທີ່ທ່ານຕັ້ງໄວ້ ດັ່ງນັ້ນລູກຄ້າຈະໄດ້ຮັບານແຈ້ງເຕືອນທັງຈາກ Email ແລະ ເທິງ Facebook ແຊັດອັດຕາໂນມັດ
ກ່ອນໃບສັ່ງຊື້ຈະໝົດອາຍຸ 1ວັນ ChatBot ຈະສົ່ງຂໍ້ຄວາມແຈ້ງເຕືອນໃຫ້ລູກຄ້າທຳການຊໍາລະເງິນໃຫ້ຮຽບຮ້ອຍໂດຍອັດຕາໂນມັດ
ChatBot ຂອງ BentoWeb ເຊື່ອມຕໍ່ກັບລະບົບການຈັດສົ່ງຂອງໄປສະນີລາວເຮັດໃຫ້ເຮົາສາມາດຊ່ວຍ Update ສະຖານະການຈັດສົ່ງໃຫ້ກັບລູກຄ້າຜ່ານ Facebook Messenger ໄດ້ໂດຍອັດຕາໂນມັດ