ໃສ່ໃຈທຸກລາຍລະອຽດ

ໃນຂະນະທີ່ຄວາມງ່າຍໃນການໃຊ້ງານຄືຫົວໃຈສຳຄັນຂອງ BentoWeb ພວກເຮົາເອງກໍບໍ່ລືມທີ່ຈະກຽມຄວາມພ້ອມໃຫ້ລະບົບຮ້ານອອນໄລນຂອງເຮົາເຕີບໂຕໄປພ້ອມໆກັບທຸລະກິດຂອງທ່ານ

ໃສ່ໃຈທຸກລາຍລະອຽດ
ລະບົບທີ່ພ້ອມຮັບການເຕີບໂຕ
ລະບົບທີ່ພ້ອມຮັບການເຕີບໂຕ

ເລີ່ມຕົ້ນທຸລະກິດບົນຮາກຖານທີ່ໝັ້ນຄົງ BentoWeb ເລືອກໃຊ້ລະບົບ Cloud computing ໃນການຂັບເຄື່ອນຮ້ານອອນໄລນຂອງທ່ານ ໃຫ້ມີປະສິດທິພາບ ແລະ ມີສະຖຽນລະພາຍສູງເຊັ່ນດຽວກັບ Application ຊັ້ນນຳຈາກທົ່ວທຸກມຸມໂລກ ເຮົາດີໄຊໜ້າຮ້ານໃຫ້ມີນໍ້າໜັກທີ່ເໝາະສົມທີ່ສຸດສຳລັບແຕ່ລະອຸປະກອນ ເພື່ອໃຫ້ລູກຄ້າຂອງທ່ານທຳການສັ່ງຊື້ ແລະ ໂຕ້ຕອບກັບຮ້ານຄ້າໄດ້ຢ່າງວ່ອງໄວ

ການສົ່ງ Email ທີ່ເຖິງຜູ້ຮັບ 100%
ການສົ່ງ Email ທີ່ເຖິງຜູ້ຮັບ 100%

BentoWeb ໃຫ້ຄວາມສຳຄັນໃນເລື່ອງການສື່ສານ ພວກເຮົາເຮັດທຸກຢ່າງເພື່ອມຫ້ແນ່ໃຈວ່າໃບສັ່ງຊື້ແລະໃບເຊັກຮັບເງິນທຸກໃບ ລວມເຖິງການສື່ສານໃດໆທີ່ຜ່ານລະບົບຂອງເຮົາຈະສົ່ງເຖິງ Inbox ຂອງຜູ້ຮັບ 100%

ເຮັດ Conversion tracking ແລະ Retargeting ໄດ້ທັນທີ
ເຮັດ Conversion tracking ແລະ Retargeting ໄດ້ທັນທີ

ພວກເຮົາຊ້ວຍໃຫ້ເຈົ້າຂອງຮ້ານສື່ສານກັບກຸ່ມລູກຄ້າເປົ້າໝາຍໄດ້ຢ່າງຖືກຈຸດ ຜ່ານແພັດຟອມຍອດນິຍົມເຊັ່ນ Facebook ແລະ Google ໂດຍບໍ່ຕ້ອງລໍາບາກຕັ້ງຄ່າຮ້ານອອນໄລນໃຫ້ຫຍຸ້ງຍາກ ພຽງແຕ່ໃສ່ Facebook pixel ID, Google conversion ID, ແລະ Google conversion label ທ່ານກໍສາມາດເຮັດໂຄສະນາແບບຜູ້ຊ່ຽວຊານໄດ້ທັນທີ

Google Analytic E-commerce Tracking
Google Analytic E-commerce Tracking

ທ່ານສາມາດໃຊ້ E-commerce Tracking ໃນ Google Analytic ແບບຜູ້ຊ່ຽວຊານໂດຍບໍ່ຕ້ອງເສີຍເວລາຕັ້ງຄ່າໃຫ້ຫຍຸ້ງຍາກ ພຽງແຕ່ໃສ່ Google Analytic ID ຂອງທ່ານໃນລະບົບຫຼັງຮ້ານ ທ່ານກໍສາມາດຮັບຮູ້ເຖິງທຸກພຶດຕິກຳການສັ່ງຊື້ຂອງລູກຄ້າໃນຮ້ານອອນໄລນຂອງທ່ານໄດ້ທັນທີ

BentoWeb ຊ່ວຍໃຫ້ຮ້ານຂອງທ່ານສະໜິດກັບ Search engine ໄດ້ແນວໃດ

ຍິ່ງ Search engine ຮູ້ຈັກຮ້ານອອນໄລນຂອງທ່ານຫຼາຍຂຶ້ນເທົ່າໃດ ລຳດັບການຄົ້ນຫາຂອງທ່ານກໍຈະຍິ່ງດີຂຶ້ນເທົ່ານັ້ນ

BentoWeb ຊ່ວຍໃຫ້ຮ້ານຂອງທ່ານສະໜິດກັບ Search engine ໄດ້ແນວໃດ
ເຂົ້າລະຫັດຄວາມປອດໄພດ້ວຍ SSL/TLS ທັງໝົດ... ຟຣີ

ເຂົ້າລະຫັດຄວາມປອດໄພດ້ວຍ SSL/TLS ທັງໝົດ... ຟຣີ

ຄວາມປອດໄພຄືເລື່ອງສຳຄັນ ແລະ ເປັນປັດໄຈໜຶ່ງທີ່ Search engine ເລືອກໃຊ້ໃນການຈັດອັນດັບຜົນການຄົ້ນຫາ BentoWeb ທຳການເຂົ້າລະຫັດການສື່ສານດ້ວຍ SSL/TLS ເພື່ອສ້າງຄວາມໝັ້ນໃຈໃຫ້ກັບລູກຄ້າ ແລະ Search engine ວ່າເວັບໄຊສນີ້ປອດໄພ ມີຄວາມໜ້າເຊື່ອຖື

BentoWeb ຕິດຕັ້ງ SSL/TLS ມາໃຫ້ກັບຮ້ານຄ້າທຸກຮ້ານທີ່ຢູ່ພາຍໃຕ້ sub domain .bentoweb.com ຢູ່ແລ້ວ ທ່ານຈຶ່ງບໍ່ຈຳເປັນທີ່ຈະຕ້ອງຊື້ເພີ່ມ ແຕ່ຫາກທ່ານຢາກໃຊ້ໂດເມນສ່ວນຕົວຂອງທ່ານເອງ ເຮົາກໍມີ SSL/TLS ໄວ້ຖ້າໃຫ້ບໍລິການ

ເບິ່ງລາຍລະອຽດເພີ່ມເຕີມ >
ອອກແບບສຳລັບມືຖືໂດຍສະເພາະ

ອອກແບບສຳລັບມືຖືໂດຍສະເພາະ

ພຶດຕຳກຳຂອງລູກຄ້າທີ່ປ່ຽນໄປສົ່ງຜົນໃຫ່ Search engine ຫຼຸດອັນດັບຄວາມສຳຄັນຂອງເວັບໄຊສທີ່ບໍ່ຮອງຮັບການໃຊ້ງານເທິງໂທລະສັບມືຖື ແລະ ນັ້ນເປັນເຫດຜົນໃຫ້ BentoWeb ອອກແບບຮ້ານຂອງທ່ານໃຫ້ຮອງຮັບການສັ່ງຊື້ໄດ້ຈາກທຸກຊ່ອງທາງ

ອອກແບບມາສຳລັບລູກຄ້າ ແລະ Search engine

ອອກແບບມາສຳລັບລູກຄ້າ ແລະ Search engine

ໜ້າຮ້ານຂອງ BentoWeb ຖືກຂຽນຂຶ້ນເທິງໂຄງສ້າງທີ່ Search engine ຮູ້ຈັກເປັນຢ່າງດີ ນອກຈາກຈະຊ່ວຍໃຫ້ການເກັບຂໍ້ມູນຂອງ Search engine ເປັນໄປຢ່າງມີປະສິດທິພາຍແລ້ວ ຍັງຊ່ວຍໃຫ້ຜົນການຄົ້ນຫາສິນຄ້າໃນຮ້ານຂອງທ່ານເບິ່ງໜ້າສົນໃຈຂຶ້ນອີກດ້ວຍ

ອັບເດດ Search engine ທັນທີ່ທີ່ມີການປ່ຽນແປງ

ອັບເດດ Search engine ທັນທີ່ທີ່ມີການປ່ຽນແປງ

ທັນທີທີ່ທ່ານເພີ່ມສິນຄ້າ ຫຼືມີການແກ້ໄຂຂໍ້ມູນໃດໆໃນຮ້ານ BentoWeb ຈະສົ່ງຄຳສັ່ງແຈ້ງໄປຍັງ Search engine ເພື່ອໃຫ້ເຂົ້າມາອັບເດດຂໍ້ມູນລ່າສຸດໃນເວັບໄຊສຂອງທ່ານໂດຍອັດຕາໂນມັດ

ການໃສ່ທີ່ຢູ່ບໍ່ຈຳເປັນຕ້ອງໜ້າເບື່ອ

ບໍ່ມີໃຜຢາກເສີຍເວລາຕື່ມຂໍ້ມູນຍາວໆBentoWeb ຊ່ວຍຫຼຸດຂັ້ນຕອນທທີ່ຫຍຸ້ງຍາກໃຫ້ສົ້ນລົງພຽງໃສ່ລະຫັດໄປສະນີ ລະບົບຈະດຶງເອົາແຂວງ, ເມືອງ, ບ້ານ ພ້ອມສະແດງຕົວຢ່າງໃຫ້ລູກຄ້າເບິ່ງໂດຍອັດຕາໂນມັດ

BentoWeb ຍັງຊ່ວຍຈືທີ່ຢູ່ຂອງລູກຄ້າທີ່ເຄີຍຕື່ມຂໍ້ມູນໄວ້ ເຮັດໃຫ້ບໍ່ຕ້ອງເສຍເວລາໃສ່ຂໍ້ມູນໃໝ່ພາຍຫຼັງ

ການໃສ່ທີ່ຢູ່ບໍ່ຈຳເປັນຕ້ອງໜ້າເບື່ອ
ໃຊ້ປະໂຫຍດຈາກສຽງຂອງລູກຄ້າ

ໃຊ້ປະໂຫຍດຈາກສຽງຂອງລູກຄ້າ

5 ວັນ ຫຼັງຈາກທີ່ທ່ານແຈ້ງການຈັດສົ່ງ BentoWeb ຈະສົ່ງ Email ແບບສອບຖາມໄປຍັງລູກຄ້າໂດຍອັດຕາໂນມັດ ລູກຄ້າສາມາດໃຫ້ຄະແນນຄຸນະພາບສິນຄ້າ, ຄວາມໄວໃນການຈັດສົ່ງ, ການບໍລິການ ແລະ ການໃຫ້ຂໍ້ມູນສິນຄ້າພາຍໃນຮ້ານ

ລູກຄ້າສາມາດຂຽນຣີວິວ ແລະ ໃຫ້ຄະແນນສິນຄ້າທີ່ເຄີຍທຳການສັ່ງຊື້ ຍິ່ງທ່ານບໍລິການດີເທົ່າໃດລູກຄ້າຈະໃຫ້ຄະແນນຫຼາຍຂຶ້ນເທົ່ານັ້ນ ຍິ່ງມີຄະແນນຫຼາຍ ຄວາມໜ້າເຊື່ອຖືຂອງຮ້ານກໍຈະເພີ່ມຂຶ້ນຕາມມາ

ເລີ່ມຮັບອໍເດີຈາກທຸກຊ່ອງທາງໄດ້ທັນທີ

ສະຫມັກຮ້ານຟຣີ ບໍ່ມີມື້ຫມົດອາຍຸ

ສະຫມັກເປີດຮ້ານຟຣີ
BentoWeb ທົດລອງໃຊ້ງານໄດ້ຟີຣີ ບໍ່ມີມື້ຫມົດອາຍຸ